Posts

ທັດສະນະສຶກສາຂໍ້ມູນແຫຼ່ງທ່ອງທ່ຽວແຂວງຈໍາປາສັກ

Image
     ໃນປັດຈຸບັນນີ້ຂະແໜງການທ່ອງທ່ຽວກໍາລັງໄດ້ຮັບຄວາມນິຍົມ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວໃນທົ່ວໂລກເຊິ່ງຫຼາຍໆປະເທດໄດ້ໃຫ້ຄວາມສົນໃຈ ແລະ ປະເທດລາວເຮົາກໍ່ເປັນອີກປະເທດໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທ່ອງທ່ຽວທີ່ມີເອກະລັກ ແລະ ຄວາມງົດງາມຂອງວັດທະນະທໍາທີ່ກ່ຽວພັນກັບທໍາມະຊາດໂດຍສະເພາະທາງພາກໃຕ້ຂອງລາວເຊັ່ນ: ແຂວງຈໍາປາສັກ.         ສະບາຍດີໃນ    blog  ນີ້ຂ້າພະເຈົ້າຈະຂໍໃຊ້ພື້ນທີ່ນີ້ໃນການແບ່ງປັນຂໍ້ມູນ ແລະ ປະສົບການຕ່າງໆຈາກການໄປທັດສະນະສຶກສາຕົວຈິງທີ່ແຂວງຈໍາປາສັກ ພາກໃຕ້ຂອງລາວໃນວັນທີ   17-20  ມັງກອນ   2018  ທີ່ຜ່ານມາ. ໃນນີ້ຂ້າພະເຈົ້າກໍ່ຈະຂຽນກ່ຽວພາບລວມ ແລະ ລັກສະນະທີ່ຕັ້ງຂອງສະຖານທີ່ທ່ອງທ່ຽວ ,  ຄວາມປ່ຽນແປງຈາກອາດີດຈົນເຖິງປັດຈຸບັນ ,  ລັກສະນະເດັ່ນຂອງແຫຼ່ງທ່ອງທ່ຽວ ,  ເສັ້ນທາງການເຂົ້າເຖິງ ,  ປະຫວັດຄວາມເປັນມາ ,  ຄວາມໝາຍຄວາມສໍາຄັນ ,  ຄວາມຜູກພັນລະຫວ່າງແຫຼ່ງທ່ອງທ່ຽວກັບຊາວບ້ານ ແລະ ນັກທ່ອງທ່ຽວ ,  ການແນະນໍາກິດຈະກໍາ ແລະ ຄວາມເຊື່ອຂອງເທດສະການ ແລະ ງານປະເພນີ.       ໃນ Blog ນີ້ຂ້າພະເຈົ້າ...