ທັດສະນະສຶກສາຂໍ້ມູນແຫຼ່ງທ່ອງທ່ຽວແຂວງຈໍາປາສັກ


     ໃນປັດຈຸບັນນີ້ຂະແໜງການທ່ອງທ່ຽວກໍາລັງໄດ້ຮັບຄວາມນິຍົມ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວໃນທົ່ວໂລກເຊິ່ງຫຼາຍໆປະເທດໄດ້ໃຫ້ຄວາມສົນໃຈ ແລະ ປະເທດລາວເຮົາກໍ່ເປັນອີກປະເທດໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທ່ອງທ່ຽວທີ່ມີເອກະລັກ ແລະ ຄວາມງົດງາມຂອງວັດທະນະທໍາທີ່ກ່ຽວພັນກັບທໍາມະຊາດໂດຍສະເພາະທາງພາກໃຕ້ຂອງລາວເຊັ່ນ: ແຂວງຈໍາປາສັກ.





        ສະບາຍດີໃນ  blog ນີ້ຂ້າພະເຈົ້າຈະຂໍໃຊ້ພື້ນທີ່ນີ້ໃນການແບ່ງປັນຂໍ້ມູນ ແລະ ປະສົບການຕ່າງໆຈາກການໄປທັດສະນະສຶກສາຕົວຈິງທີ່ແຂວງຈໍາປາສັກ ພາກໃຕ້ຂອງລາວໃນວັນທີ 17-20 ມັງກອນ 2018 ທີ່ຜ່ານມາ. ໃນນີ້ຂ້າພະເຈົ້າກໍ່ຈະຂຽນກ່ຽວພາບລວມ ແລະ ລັກສະນະທີ່ຕັ້ງຂອງສະຖານທີ່ທ່ອງທ່ຽວຄວາມປ່ຽນແປງຈາກອາດີດຈົນເຖິງປັດຈຸບັນລັກສະນະເດັ່ນຂອງແຫຼ່ງທ່ອງທ່ຽວເສັ້ນທາງການເຂົ້າເຖິງປະຫວັດຄວາມເປັນມາຄວາມໝາຍຄວາມສໍາຄັນຄວາມຜູກພັນລະຫວ່າງແຫຼ່ງທ່ອງທ່ຽວກັບຊາວບ້ານ ແລະ ນັກທ່ອງທ່ຽວການແນະນໍາກິດຈະກໍາ ແລະ ຄວາມເຊື່ອຂອງເທດສະການ ແລະ ງານປະເພນີ.      ໃນ Blog ນີ້ຂ້າພະເຈົ້າໄດ້ຂຽນທັງໝົດເຖິງ ສະຖານທີ່ເຊິ່ງລ້ວນແລ້ວແຕ່ເປັນສະຖານທີ່ທີ່ໃຜໄດ້ມາຈໍາປາສັກຕ້ອງໄດ້ມາໃຫ້ຮອດສະຖານທີ່ເຫຼົ່ານີ້:


1.  ວັດພູຈຳປາສັກ.

ພາບລວມ ແລະ ລັກສະນະທີ່ຕັ້ງ 

ວັດພູຈໍາປາສັກເປັນປູຊະນີຍະສະຖານອັນສໍາຄັນ ແລະ ເປັນສະຖາປັດຕະກຳກ່ອນຍຸກອັງກໍວັດໃນໄລຍະສະຕະວັດທີ 7-12. ເປັນສູນກາງທາງວັດທະນະທໍາຂອງຂົງເຂດທົ່ງພຽງຈໍາປາສັກໂດຍມີຈອມພູເກົ້າເປັນຈຸດສຸມ, ເປັນບູຮານສະຖານທີ່ໄດ້ອິດທິພົນທາງດ້ານວັດທະນະທຳມາຈາກຫຼາຍສາສະໜາຊຶ່ງລວມມີສິນລະປະຂອມ, ສາສະໜາຮິນດູ ແລະ ສາສະໜາພຸດຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນໃນລວດລາຍສິລະປະຕາມສະຖານທີ່ຕ່າງໆໃນຂົງເຂດວັດແຫ່ງນີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງຮີດຄອງ ຫຼື ການເຊື່ອຖືເປັນສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດປະຈຸບັນ.


ການເດີນທາງ


ວັດພູຈໍາປາສັກຕັ້ງຢູ່ຫ່າງຈາກຕົວເມືອງປາກເຊໄປປະມານ 40 ກິໂລແມັດການເດີນທາງຈາກຕົວເມືອງປາກເຊໄປຫາວັດພູຈໍາປາສັກແມ່ນໃຊ້ເວລາປະມານ 30-40 ນາທີ ເຊິ່ງເດີນທາງອອກຈາກຕົວເມືອງປາກເຊໂດຍການຂ້າມຂົວແມ່ນ້ຳຂອງໄປຫາເມືອງໂພນທອງຕາມເສັ້ນທາງ A14 ລ້ຽວຂວາເຂົ້າໄປປະມານ ກິໂລແມັດ   ແລະ ມີຖະໜົນຫົນທາງໄປຮອດໄດ້ຢ່າງສະດວກ ມີບ້ານເຮືອນປະຊາຊົນຕະຫຼອດທາງເນື່ອງຈາກວ່າເປັນເຂດທີ່ໄດ້ຮັບການພັດທະນາຫຼາຍແລ້ວ.ຄວາມໝາຍຄວາມສໍາຄັນຂອງວັດພູຈໍາປາສັກ.



ວັດພູຈໍາປາສັກແມ່ນເປັນບູຮານສະຖານທີ່ມີຄວາມກ່ຽວຂ້ອງກັບສາດສະໜາ ແລະ ເປັນສູນລວມຈິດໃຈຂອງປະຊາຊົນຊາວຈໍາປາສັກ ແລະ ເປັນທີ່ເອກອ້າງທະນົງໃນສໍາລັບປະຊາຊົນລາວເປັນສິ່ງທີ່ຍັ້ງຢືນເຖິງຫຼັກຖານຂອງວັດທະນະທໍາ ແລະ ອະຣິຍະທໍາທີ່ຈະເລີນຮຸ່ງເຮືອງໃນອາດີດທີ່ປາກົດໃຫ້ເຫັນຢູ່ໃນປັດຈຸບັນ ຫຼື ວ່າເສຍສູນໄປແລ້ວເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງອັນເປັນຕົວແທນຂອງການພັດທະນາທາງດ້ານວັດທະນະທໍາສັງຄົມສະຖາປັດຕະຍະກໍາອຸດສາຫະກໍາໃນປະຫວັດສາດຂອງມະນຸດມີຄວາມສໍາຄັນຕໍ່ກັບການສຶກສາຄົ້ນຄວ້າວິໄຈ ແລະ ຫາເຫດຜົນຂອງການກໍ່ສ້າງທີ່ເຮັດດ້ວຍຫີນ ແລະ ງົດງາມໂດດເດັ່ນຈົນຄິດບໍ່ເຖິງວ່າໃນອະດີດທີ່ບໍ່ມີເຄື່ອງມີ ຫຼື ອຸປະກອນທີ່ທັນສະໄໝຈະສາມາດເຮັດໄດ້.  ວັດພູຈໍາປາສັກເປັນແຫຼ່ງທ່ອງທ່ຽວທີ່ມີຄວາມສຳຄັນຕໍ່ຂະແໜ່ງການທ່ອງທ່ຽວໃນສປປລາວ. ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ,ປະຫວັດສາດ ແລະ ທຳມະຊາດ. 

ລັກສະນະເດັ່ນຂອງວັດພູຈໍາປາສັກ.

ວັດພູຈໍາປາສັກຖືກສ່າງໂດຍອີງຕາມສິລະປະຂອງຮິນດູໂດຍມີການເຊື່ອຖືເທບພະເຈົ້າຂອງສາສະໜາຮິນດູຈາກປະກົດການທຳມະຊາດພູເກົ້າຊຶ່ງເປັນຈຸດປະກາຍຫຼັກໃນການມາສ້າງວັດພູ. ສະຖາປັດຕະຍະກໍາການສ້າງຂອງວັດມີຮູບຊົງໄຕຣມູມ, ເປັນລຳດັບຄືກັບມີການຄິດໄລ່ທີ່ຖືກຕ້ອງເຊັ່ນ: ຮ່ອງນໍ້າທີ່ສົ່ງນໍ້າສັກສິດຍາວຢຽດອອກໄປເຖິງ 10 ແມັດທີ່ສ້າງດ້ວຍຜູ້ຄົນໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວຍ. ປັດໄຈອື່ນກ່ຽວກັບການມີອຳນາດແຊກແຊງລັດຖິຮິນດູ ແລະ ການເລືອກສະຖານທີ່ສ້າງວັດພູແມ່ນມີລັກສະນະຖືກຕາມທິດທີ່ດີເຊັ່ນການເອົາເສັ້ນຂະໜານທິດຕາເວັນອອກ-ຕາເວັນຕົກເປັນຫຼັກເຫັນໄດ້ຈາກຈອມພູເກົ້າປະກອບກັບປະກົດການທາງທຳມະຊາດຮ່ວມກັບແນວຄິດຂອງ ພຣະສີວະ ສາສະໜາອິນດູທີ່ຖືວ່າຕາເວັນຂື້ນ-ຕົກກໍ່ມີຄວາມກ່ຽວພັນກັບພຣະສີວະ, ດັ່ງນັ້ນມັນຈື່ງໄດ້ເກີດມີການເລືອກທິດທາງໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ. ວັດພູຈໍາປາສັກກວມເອົາເນື້ອທີ່400ເຮັກຕາເຊິ່ງແບ່ງອອກເປັນ 3 ສ່ວນຄື: ຜາສາດຫິນວັດພູ ແບ່ງອອກເປັນ 3 ສ່ວນຄື:

ຜາສາດຊັ້ນລຸ່ມຊາກຂອງບາລາຍສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ ຄ.ສ1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບດ້ວຍເສົານາງລຽງ, ລານດ້ານໜ້າຈະມີພໍ່ຄ້າແມ່ຄ້ານຳເອົາດອກໄມ້ທູບທຽນມາຂາຍ. ສ່ວນໂຄປຸລະຊັ້ນນອກມີບາລາຍຕັ້ງຢູ່ລຽງກັນເປັນມຸມມະຫາຊົນສຳລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບປະຊາສຳພັນຂອງປາສາດຫິນວັດພູແຫ່ງນີ້ ປະຈຸບັນຢູ່ລະຫວ່າງການບູລະນະຊາວບ້ານຈະເອີ້ນບາລາຍ 2 ຫລັງນີ້ວ່າ ໂຮງທ້າວ ແລະ ໂຮງນາງ

ຜາສາດຊັ້ນກາງດ້ານໜ້າຂອງໂຄປຸລະຊັ້ນກາງ ມີຮູບແກະສະຫລັກເທວະຮູບຖືກະບອງ ຊາວບ້ານນ້ຳຜ້າເຫລືອງມາຫົ່ມ ແລະ ກາງສັດສະທ້ອນຄວາມເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນຕໍ່ພຸດທະສາດສະຫນາ ຂອງລາວ ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງໃຫ້ຜູ້ໄປນະມັດການສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງເປັນດອກໄມ້ປະຈຳຊາດລາວ

ຜາສາດຊັ້ນເທິງເມື່ອຜ່ານທະວານບານເຖິງໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບຕັ້ງຢູ່ ຍ່າງຂຶ້ນຖານຫີນຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມຫມາຍເຖິງສະຫວັນທັງ 7 ຈົນເຖິງປາສາດປະທານສ່ວນເທິງສຸດ ລັກສະນະພາຍນອກຂອງປາສາດເກົ່າແກ່ ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫລັງຄາສັງກະສີມຸງແທນ ສ່ວນທີ່ຍັງມີຄວາມສົມບູນຄື ທັບຫລັງ ແກະສະຫລັກເປັນຮູບພະອິນ ຊົງຊ້າງເອລາວັນ 3 ສຽນ ດ້ານຂ້າງເປັນຮູບກິນນະລີ ແລະພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ ຕາມເສົາປະດັບກອບປະຕູທັງ 2 ຂ້າງມີຮູບແກະສະຫລັກຂອງທ້າວົດຕຸໂລກບານດັ່ງຍືນພິທັກປິ່ນປົວປາສາດ ແລະ ຮູບແກະສະຫລັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ ບໍລິເວນປ່ອງຢ້ຽມແກະສະຫລັກເປັນລູກໝາກວົດ ດ້ານໃນຂອງຜາສາດປະດິດສະຖານພະພຸດທະຮູບສຳລິດຂະໜາດໃຫຍ່ ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫລັກເປັນຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.


ຄວາມເປັນມາຂອງການຄົ້ນພົບວັດພູຈໍາປາສັກ.


        ວັດພູຈໍາປາສັກ ເລີ່ມສ້າງມາແຕ່ ຈ.ສ 1000 ຈາກຫຼັກຖານສິລາຈາລຶກທີ່ຖືກຄົ້ນພົບໃນບໍລິເວນດັ່ງກ່າວ. ຫຼັງຈາກຫຼາຍສັດຕະວັດຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ, ນັກສຳຫຼວດທາງຊາວຝຣັ່ງ, ທ່ານ ອອງ ຣີ ປາກມອງຈີເອ, ຈຶ່ງໄດ້ຄົ້ນພົບ ວັດພູຄືນອີກໃນປີ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ແລ້ວ, ອີກຄັ້ງໜື່ງ ແລະ ກໍ່ມິດງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່ ໃນກາງປີ 1980 ເວລາທີ່ອົງ ການ ຢູ ເນັດສ ໂກ(UNESCO) ໄດ້ເລີ່ມຕົ້ນລົງໄປສຳຫຼວດ ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້.ການລົງສຳຫຼວດໃນ ເທື່ອນີ້ ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງ ກົດໝາຍວ່າດ້ວຍ ມໍລະດົກທີ່ໄດ້ສ້າງຂື້ນ, ຊຶ່ງມີ ເນື້ອໃນວ່າດ້ວຍການປົກປັກຮັກສາບູລະນະ ອະນຸຮັກສະຖານທີ່ນີ້ໄວ້ ໃນປີ 2001.


ຄວາມຜູກພັນເພິ່ງພາອາໄສກັນລະຫວ່າງວັດພູຈໍາປາສັກ ກັບ ຊາວບ້ານ ແລະ ນັກທ່ອງທ່ຽວ.


       ຈາກວັດພູຈໍາປາສັກໄດ້ຖືກຮອງຮັບໃຫ້ເປັນມໍລະດົກໂລກ ໂດຍອົງການ UNESCO ໃນປີ 2001 ສະຖານທີ່ແຫ່ງນີ້ກໍ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

  ຕໍ່ກັບປະຊາຊົນ: ເມື່ອວັດພູດັ່ງກ່າວໄດ້ຖືກພັດທະນາໃຫ້ກາຍເປັນແຫ່ງທ່ອງທ່ຽວບໍ່ພຽງແຕ່ເຮັດໃຫ້ຄົນຮຼ້ຈັກສະຖານທີ່ດັ່ງກ່າວຫຼາຍຂຶ້ນແຕ່ຊ່ວຍກະຈາຍລາຍໄດ້ໃຫ້ໄປເຖິງປະຊາຊົນໃນທ້ອງຖິ່ນ, ບ້ານໄດ້ຮັບການພັດທະນາເສັ້ນທາງການເຂົ້າເຖິງ ແລະ ເສດຖະກິດດີຂຶ້ນ. ນອກຈາກນັ້ນສະຖານທີ່ດັ່ງກ່າວຍັງເປັນສະຖານສັກກະລະບູຊາ ແລະ ເປັນທີ່ເພິ່ງທາງຈິດໃຈ, ເຮັດໃຫ້ປະຊາຊົນຫວງແຫນ ແລະ ຮັກໃນການອະນຸຮັກສະຖານທີ່ດັ່ງກ່າວ.

ຕໍ່ນັກທ່ອງທ່ຽວ: ຕໍ່ນັກທ່ອງທ່ຽວຫຼາຍປະເພດບໍ່ະຈະເປັນນັກທ່ອງທ່ຽວທີ່ມາເພື່ອຕ້ອງການຊົມ, ນັກທ່ອງທ່ຽວທີ່ມາເພື່ອສຶກສາຄວາມຮູ້ທາງດ້ານບູຮານວິທະຍາ, ນັກທ່ອງທ່ຽວທີ່ມາຂໍພອນເພື່ອຈຸດປະສົງບາງຢ່າງ, ນັກທ່ອງທ່ຽວທີ່ມາເພື່ອສ້າງຄວາມບົນເທີງຍ້ອນສະຖານທີ່ດັ່ງກ່າວມີຄວາມເກົ່າແກ່ ແລະ ມີລັກສະນະໂດດເດັ່ນຈຶ່ງເຮັດໃຫ້ເປັນຄັງຄວາມຮູ້ອັນອັນສໍາຄັນທີ່ທຸກຄົນຄວນສຶກສາ ແລະ ຮັກສາໄວ້ໃຫ້ເປັນມູນມໍລະດົກອັນລ້ຳຄ່າຂອງທຸກຄົນ.

                                               ສິ່ງອຳນວຍຄວາມສະດວກຂອງສະຖານທີ່ວັດພູ.

  ໃນສະຖານທີ່ວັດພູຈໍາປາສັກຍັງຄົງຮັກສາໄວ້ໃນ  ລັກສະນະເດີມຈະມີການປ່ຽນແປງຈາກອະດີດກໍ່ສະເພາະແຕ່ບໍລິເວນສ່ວນທາງດ້ານໜ້າກໍ່່ຄື: ມີຮ້ານຄ້າໃຫ້ບໍລິການຫຼາຍຂື້ນມີການພັດທະນາຈຸດພັກຜ່ອນໃຫ້ມີຄວາມເໝາະສົມ ແລະ ສາມາດຮອງຮັບນັກທ່ອງທ່ຽວຈໍານວນຫຼາຍໄດ້. ສ່ວນທາງດ້ານຜາສາດວັດພູແມ່ນບໍ່ໄດ້ມີການປັບປ່ຽນຫຍັງເນື່ອງຈາກວ່າຕ້ອງຮັກສາ ແລະ ຄົງຄວາມເປັນເອກະລັກໄວ້ເຊິ່ງກໍ່ກໍະມີການສ້າງຖານຄວາມແຂງແຮງຂອງຫີນທີ່ອາດຈະມີການຫລຸດຫລຸ້ຍແຕກຫັກຕາມການລະເວລາແຕ່ກໍ່ຍັງຄົງຄວາມເປັນທໍາມະຊາດບໍ່ໄດ້ປ່ຽນແປງຫຍັງຫລາຍ ແລະ ຊ່ວງເວລາທີ່ພວກເຮົາລົງສໍາຫຼວດກໍ່ແມ່ນຊ່ວງກະກຽມງານບຸນປະເພນີນະມັດສະການວັະພູຈໍາປາສັກເຮົາກໍ່ໄດ້ເຫັນເພິ່ນກໍາລັງຕິດຕັ້ງຫ້າງຮ້ານຕ່າງໆເຊິ່ງກໍ່ຍັງຄົງຮັກສາຮູບແບບຊົງລາວເປັນສ່ວນສໍາຄັນ. 

 ມີຫໍພິພິຕະພັນທີ່ເປັນສະຖານທີ່ເກັບຮັກສາຫຼັກຖານທາງວັດຖຸບູຮານທີ່ມີຄຸນຄ່າ ແລະ ຂໍ້ມູນທາງປະຫວັດສາດເປັນບ່ອນສືກສາຫາເລື່ອງລາວປະຫວັດສາດຄວາມເປັນມາສຳຫລັບຜູ້ທີ່ສົນໃຈຕ້ອງການສືກສາ, ພະນັກງານນຳທ່ຽວສະເພາະພື້ນທີ່ທີ່ສາມາດໃຫ້ຂໍ້ມູນ ແລະ ບອກເລົ່າເລື່ອງລາຂອງຜາສາດຫີນວັດພູເປັນຢ່າງດີ. ມີຫ້ອງນໍ້າໃຫ້ບໍລິການຮ້ານອາຫານ ແລະ ສີ່ງອຳນວຍຄວາມສະດວກຕ່າງໄວ້ຮອງຮັບມີການບໍລິການຈັດສັນພື້ນທີ່ໄດ້ຢາງເໝາະສົມ ແລະ  ຈົບງາມ.        ມີພະນັກງານນຳທ່ຽວສະເພາະທ້ອງຖີ່ນໄວ້ໃຫ້ແນະນຳສະເພາະໃນຫໍພິພິຕະພັນຈະມີພະນັກງານໃຫ້ຂໍ້ມູນແນະນຳໃຫ້ຂໍ້ມູນຕ່າງໃນຫໍພິພິຕະພັນກ່ຽວກັບຄວາມເປັນມາຂອງພະພຸດທະຮູບທີ່ຄົ້ນພົບຈາກຜາສາດຫີນວັດພູ ແລະ ນໍາມາບູລະນະຮັກສາໄວ້ໃນພິພິດທະພັນ.ນອກຈາກນີ້ກໍຍັງມີຊາວບ້ານທີ່ເພີ່ນນັ່ງໃຫ້ບໍລິການເຄື່ອງສັກກະລະບູຊາເຮົາສາມາດຖາມໄດ້ກ່ຽວກັບຂໍ້ຫ້າມ ຫຼືຂໍ້ມູນບາງຢ່າງທີ່ເພີ່ນຮູ້.


         ຄວາມເຊືອຂອງເທດສະການ ແລະ ງານປະເພນີ. 


        ໃນຄວາມເຊື່ອຂອງປະຊາຊົນແມ່ນນັບຖືສາສະໜາພຸດ ແລະ ເຂົາເຈົ້າເຊື່ອວ່າ:ມີເທບພຮະເຈົ້າຕາມສາສະໜາອິນດູມາແຕ່ສະໄໝກ່ອນພາກັນສັກກະລະບູຊາໄຫ້ວຂໍພອນສັກສິດໃນແຕ່ລະມື້ແຕ່ລະເທດສະການຕ່າງໆເພື່ອຄວາມເຊື່ອຖືຂອງເຂົ້າເຈົ້າງານບຸນປະເພນີແມ່ນຂອງເທດສະການທີ່ໂດ່ງດັ່ງໄປທົ່ວສາລະທິດ ແລະດື່ງດູດນັກທ່ອງທ່ຽວໄດ້ທັງພາຍໃນ ແລະ ຕ່າງປະເທດ ງານບຸນແມ່ນຈັດຂື້ນໃນມື້ເດືອນ3ເພັງ ແຮມ8ຄໍ່າຈົນຮອດແຮມ15ຄໍ່າ ເປັນເວລາ7ມື້ ບຸນປະເພນີວັດພູນີ້ຈະຕ້ອງໄດ້ຈັດທຸກໆປີ.                                                                                                                       ການບໍລິການ       ເມື່ອຮອດຜາສາດຫີນວັດພູແລ້ວກໍຕ້ອງມີການເສຍຄ່າຜ່ານປະຕູເພື່ອເປັນການບູລະນະຮັກສາແຫຼ່ງທ່ອງທ່ຽວເຊີ່ງລາຄານັ້ນແບ່ງອອກເປັນສອງລະດັບຕາມຊ່ວງໄລຍະເວລາ 8:00-4:30 ຄ່າເຂົ້າຊົມສຳລັບຄົນຄົນລາວແມ່ນ 20.000ກີບຕໍ່ຄົນ ຄົນຕ່າງປະເທດແມ່ນ 30.000ກີບຕໍ່ຄົນຄ່າບໍລິການຝາກລົດແມ່ນ 3000ກີບ ຖ້າແມ່ນຊ່ວງເວລາ 4:30-19:55 ຄ່າເຂົ້າຊົມແມ່ນ 30.000 ກີບສຳຫລັບຄົນລາວແຕ່ສຳຫລັບຄົນຕ່າງປະເທດແມ່ນ 40.000ກີບຕໍ່ຄົນ ແລະ ເສັ້ນທາງທີ່ຈະໄປວັດພູກໍເປັນທາງປູຢ່າງມີຄວາມສະດວກສະບາຍແກ່ການເດີນທາງໄປທ່ອງທ່ຽວ ແລະ ມີລົດຮັບ-ສົ່ງພາຍໃນບໍລິເວນ.

 

2. ນໍ້າຕົກຕາດຟານ

ນ້ຳຕົກຕາດຟານທີ່ຕັ້ງຢູ່:ເສັ້ນທາງເລກທີ13ເສັ້ນທາງໄປປາກຊ່ອງມາເຖີງຫຼັກກິໂລ 38 ທາງແຍກເຂົ້າຂວາມືຂຽນວ່າຕາດຟານເປັນນ້ຳຕົກທີ່ສູງທີ່ສຸດໃນແຂວງຈຳປາສັກ.       ນໍ້າຕົກຕາດຟານມີຈຸດເລິ່ມຕົ້ນມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ ເມືອງປາກຊ່ອງແຂວງຈຳປາສັກຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດມີເດີ່ນຮາບພຽງເນື້ອທີ່ 3.250 ຕາແມັດ ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາກັບ 3.250 ຕາແມັດ,  ຕາດຟານ ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ.ສາມາດນຳພາຫະນະເຂົ້າ-ອອກໄດ້ຢ່າງສະດວກສະບາຍເປັນນໍ້າຕົກຕາດທີ່ຢູ່ໃນພື້ນທີ່ຂອງປ່າສະຫງວນແຫ່ງຊາດດົງຫົວສາວ. ຈຸດເດັ່ນຂອງສະຖານທີ່ນີ້ກໍ່ຄືມີນ້ຳ 2 ສາຍໄຫຼຈາກໜ້າຜາສູງ 120 ແມັດ ໂດຍສາຍນ້ຳທາງຊາຍມື ໄຫຼມາຈາກຫ້ວຍຜັກກູດແລະຂວາມືເປັນສາຍນໍ້າທີ່ໄຫຼມາຈາກອຸດທະຍານແຫ່ງຊາດຈາກດົງຫົວສາວຈຸດຊົມວິວຕັ້ງຢູ່ຄົນລະຟາກກັບນ້ຳຕົກໃນລະດັບຄວາມສູງເທົ່າກັນຈາກບ່ອນນີ້ສາມາດຊົມວິວນ້ຳຕົກໃນມຸ່ມສູງເຫັນຢ່າງຊັດເຈນ. ໃນຍາມເຊົ້າເປັນຈຸດຊົມທະເລໝອກທີ່ສວຍງາມອີກດ້ວຍ ແຕ່ສຳລັບນັກທ່ອງທ່ຽວທີ່ຕ້ອງການສຳພັດກັບຄວາມມະຫັດສະຈັນຂອງນ້ຳຕົກແຫ່ງນີ້ ສາມາດຍ່າງລົງໄປຊົມນໍ້າຕົກບໍລິເວນດ້ານລຸ່ມໄດ້ໄລຍະທາງ ປະມານ 5 ກິໂລແມັດຈາກຈຸດຊົມວິວດ້ານເທິງໃຊ້ເວລາເດີນທາງດົນເຕີບ. ສະນັ້ນ, ຕ້ອງຕຽມອາຫານ ແລະ ອຸປະກອນກາງເຕັ້ນໄປເອງເພື່ອພັກບໍລິເວນດ້ານລຸ່ມໜຶ່ງຄືນ ແລະ ເດີນທາງກັບໃນເຊົ້າຂອງອີກມື້ໃໝ່ແນະນໍາເຈົ້າໜ້າທີ່ບໍລິເວນນ້ຳຕົກເພຶ່ອສອບຖາມຂໍ່ມູນກ່ຽວກັບເສັ້ນທາງ ແລະ ຕຽມຕົວເພື່ອຄວາມປອດໄພສ່ວນນັກທ່ອງທ່ຽວທີ່ຕ້ອງການຄວາມສະດວກສະບາຍສາມາດລົດເລືອກໃຊ້ບໍລິການທີ່ພັກຕ່າງໆ.

ລັກສະນະເດັ່ນຂອງນໍ້າຕົກຕາດຟານ

         ນ້ຳຕົກຕາດຟານ ນ້ຳຕົກຝາແຝດ ແຫ່ງປ່າສະຫງວນແຫ່ງຊາດດົງຫົວສາວ, ເປັນນໍ້າຕົກທີ່ສູງທີ່ສຸດຂອງລາວໃນກາງສະພາບແວດລ້ອມຂອງພູຜາປ່າເຂົາ, ອາກາດບໍລິສຸດ ແລະ ທຳມະຊາດ". ນ້ຳຕົກຕາດຟານ (ຕາດ ຄື ນ້ຳຕົກ ສ່ວນຟານ ຄື ຊື່ຂອງ ສັດປ່າຊະນິດໜຶ່ງ ) ນ້ຳຕົກຕາດຟານ ຫລື ຮຽກອີກ ຊື່ໜຶ່ງວ່າ ນ້ຳຕົກຕາດດົງຫົວສາວ ນ້ຳຕົກຕາດຟານເປັນນ້ຳຕົກຕາດທີ່ເກີດຈາກການໄຫລມາລວມກັນ ຂອງສາຍນ້ຳຈາກພູ 2 ໜ່ວຍ ຊຶ່ງໄຫຼຕະຫລອດໝົດປີ ແລະ ສິ່ງທີ່ໜ້າສົນໃຈຂອງນໍ້າຕົກຕາດຟານແມ່ນນໍ້າຕົກໃນລະດູຝົນ ເພາະນໍ້າຕົກ 2 ສາຍຈະສີຕ່າງກັນ. ອ້ອມຮອບນ້ຳຕົກຕາດຟານຈະເຕັມໄປດ້ວຍປ່າໄມ້ນານາພັນອັນສົມບູນສີຂຽວອັນສວຍສົດງົດງາມຂອງທຳມະຊາດເປັນສະຖານທີ່ທີ່ເໝາະກັບນັກທ່ອງທ່ຽວທຸກໆແບບສາມາດມາພະຈົນໄພ, ບໍາບັດດ້ວຍທໍາມະຊາດ ຫຼື ພັກຜ່ອນໃນສະຖານທີ່ທີ່ອ້ອມຮອບດ້ວຍລະບົບນິເວດທາງທໍາມະຊາດເພາະວ່າໃນບໍລິເວນດັ່ງກ່າວຍັງມີຕາດຟານຣີສອດ ໃກ້ຊິດຕິດຂອບນ້ຳຕົກຕາດຟານລ້ອມຮອບໄວ້ສຳລັບທ່ານທີ່ມັກສະຖານທີ່ພັກຜ່ອນແບບຣີສອດທຳມະຊາດລາວໃຕ້ ເມືອງປາກຊ່ອງ ທີ່ຕິດທຳມະຊາດນັ້ນຄືຕາດຟານຣີສອດ. 


ປະຫວັດຄວາມເປັນມາຂອງນໍ້າຕົກຕາດຟານ 


     ເປັນສະຖານທີ່ທີ່ມີຄວາມອຸດົມສົມບູນ, ເປັນບ່ອນທໍາມາຫາກິນ ບາງບ່ອນກໍ່ເປັນສວນກະເຟໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກ, ສ່ວນບ່ອນທີ່ເປັນເນີນ ແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40. ເອີ້ນຕາດຟານ ກໍ່ຍ້ອນວ່າ: ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ ແມ່ນຫຼາຍກ່ວາສັດອື່ນ, ມັນໄດ້ທ່ຽວຊອກຫາກີນ ແລະ ໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານ ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.ຄວາມສໍາຄັນຂອງສະຖານທີ່   ຕາດຟານໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານ. ໃນແຕ່ລະປີ ເມື່ອຮອດເດືອນ 3 ປະຊາຊົນໃນບ້ານກໍ່ຈະຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ)   ຕາດຟານມີຄວາມກ່ຽວພັນ ເເລະ ຕິດພັນກັບຊາວບ້ານ ຫຼັກ 38 ມາໂດຍຕະຫຼອດ ເພາະສະຖານທີ່ຕາດຟານດັ່ງກ່າວເເມ່ນເປັນສະຖານທີ່ຢູ່ ຫລື ການຊອກ ການທຳມາຫາກີນຂອງຊາວບ້ານ. ນອກຈາກນີ້ ນັກທ່ອງທ່ຽວທາງພາຍໃນ ເເລະ ຕ່າງປະເທດຍັງໃຫ້ຄວາມສຳຄັນໃນຕາດດັ່ງກ່າວເພາະເປັນຕາດທີ່ມີຄວາມສັກສິດ ເເລະ ສວຍງາມ ທີ່ຫາຢູ່ໃສ່ບໍ່ໄດ້ເເລ້ວ. ຕາມຄວາມເປັນຈິ່ງເເລ້ວ ຍ້ອນມີສະຖານທີ່ທ່ອງທ່ຽວທີ່ສວຍງາມເເຫ່ງນີ້ມັນຈຶ່ງເປັນສາເຫດອັນເຮັດໃຫ້ເກີດມີຄວາມຕິິດພັນຕໍ່ກັບຊາວບ້ານ ເເລະ ໂດຍສະເພາະກໍ່ຄື ຕໍ່ກັບນັກທ່ອງທ່ຽວນັ້ນເອງເຊັ່ນ: ການປົກປັກຮັກສາຊ່ວຍກັນ, ການໃຫ້ຄວາມສາມະຄີຊາວບ້ານຕໍ່ກັບນັກທ່ອງທ່ຽວ.


ສິ່ງອໍານວຍຄວາມສະດວກ


ພາຍໃນແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານແມ່ນປະກອບດ້ວຍສິ່ງອໍານວຍຄວາມສະດວກທີ່ຫຼາກຫຼາຍເຊັ່ນ:- ຮ້ານອາຫານພ້ອມຈຸດຊົມວິວ: ເໝາະສໍາລັບນັກທ່ອງທ່ຽວທີ່ຕ້ອງການຖ່າຍຮູບຄວາມສວຍງາມຂອງນໍ້າຕົກຕາດພັກຜ່ອນ ນັ່ງກິນອາຫານ ແລະເຄື່ອງດື່ມທີ່ເປັນເອກະລັກສະເພາະຂອງປາກຊ່ອງໂດຍສະເພາະກາເຟສົດ. ພ້ອມກັບຊົມທິວທັດທໍາມະຊາດທີ່ສວຍສົດງົດງາມເຊິ່ງໃນປະຈຸບັນກໍາລັງມີການກໍ່ສ້າງເພີ່ມເຕີມເພື່ອຕອບສະໜອງກັບຈໍານວນນັກທ່ອງທ່ຽວທີ່ເພີ່ມຫຼາຍຂື້ນ.- ຣີສອດ: ມີຕາດຟານ ຣີສອດ ທີ່ຢູ່ໃກ້ຊິດຕິດຂອບນ້ຳຕົກຕາດຟານເປັນຣີສອດໃນຮູບແບບພື້ນເມືອງລາວ ເຊິ່ງໃນປະຈຸປັນປະກອບມີຫ້ອງພັກຢູ່ 8 ຫຼັງ, ແບ່ງອອກເປັນ ປະເພດຄື: ແບບຕຽງຄູ່ - ຕຽງດ່ຽວລາຄາ 35$/ຄືນແບບຄອບຄົວລາຄາ 45$/ຄືນ ແລະ ແບບ VIPລາຄາ 50$/ຄືນ. ເຊິ່ງປະກອບມີສິ່ງອໍານວຍຄວາມສະດວກທີ່ຫຼາກຫຼາຍເຊິ່ງຖືໄດ້ວ່າເປັນອີກໜຶ່ງຣີສອດທີ່ໄດ້ພັກແລ້ວບໍ່ປະທັບໃຈຫຼາຍ.- ຮ້ານຂາຍສິນຄ້ານທີ່ລະນຶກ: ມີເສື້ອຜ້າ ແລະ ຂອງທີ່ລະນຶທີ່ເປັນເອກະລັກທາງພາກໃຕ້ຂອງລາວມີທັງໝົດ10ຮ້ານ ເຊິ່ງເປັນການເຮັດໃຫ້ປະຊາຊົນມີສ່ວນຮ່ວມໃນການສ້າງລາຍໄດ້- ສະຖານທີ່ຈອດລົດ: ມີສະຖານທີ່ຈອດລົດຈັກແລະລົດໃຫຍ່ທີ່ມີຂະໜາດກ້ວາງຂວາງ- ຕັ່ງແລະຕູບນັ່ງຫຼິ້ນ: ສໍາລັບນັກທ່ອງທ່ຽວທີ່ຕ້ອງການນັ່ງພັກຜ່ອນຫຼັງອິດເມື່ອຍ ຈາກການທ່ຽວຊົມນໍ້າຕົກຕາດ.ກິດຈະກໍາພາຍໃນແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານແມ່ນມີການສ້າງກິດຈະກໍາຫຼາຍຢ່າງທີ່ມີຄວາມຕື່ນເຕັ້ນທ້າທາຍ ແລະ ແປກໃໝ່ເຊັ່ນ:- ການຍ່າງປ່າ: ແມ່ນເພື່ອທ່ຽວຊົມທໍາມະຊາດສັດປ່ານາໆຊະນິດ ແລະ ເພື່ອສໍາຜັດກັບນໍ້າຕົກຕາດແບບໃກ້ຊິດເຊິ່ງປະກອບມີ 2 ແບບຄື: ການຍ່າງປ່າເພື່ອໄປສໍາຜັດກັບຈຸດເທິງສຸດຂອງນໍ້າຕົກຕາດ ແລະ ການຍ່າງປ່າເພື່ອໄປສໍາຜັດແບບໃກ້ຊິດກັບຈຸດທີ່ນໍ້າຕົກລົງເຊິ່ງທັງສອງແບບນີ້ ແມ່ນໃຊ້ເວລາໃນການຍ່າງປະມານເຄິ່ງມື້ເພາະຕ້ອງໄດ້ຍ່າງອ້ອມເພື່ອຄວາມປອດໄພ ຂອງນັກທ່ອງທ່ຽວສະນັ້ນຕ້ອງໄດ້ກຽມອາຫານ,ນໍ້າດື່ມແລະອຸປະກອນສໍາລັບນອນໄປເອງ ເພື່ອພັກແຮມ 1 ຄືນຫຼັງຈາກນັ້ນກໍ່ເດີນທາງກັບໃນເຊົ້າມື້ຕໍ່ມາແຕ່ວ່າກ່ອນຈະເດີນທາງ ແມ່ນມີພະນັກງານໃຫ້ຂໍ້ມູນແລະກົດລະບຽບໄປສຶກສາຢ່າງລະອຽດ ເຊິ່ງຄ່າສໍາລັບການຍ່າງປ່າແມ່ນ20$/ຄົນ.- ການຂີ່ສະລິງດື່ມກາເຟແມ່ນໄດ້ເລີ່ມຈັດກິດຈະກໍານີ້ໃນເດືອນມີຖຸນີປິ 2016 ເປັນຕົ້ນມາໂດຍໃຫ້ບໍລິການດື່ມນ້ຳຊາຫຼືກາເຟແບບຕື່ນເຕັ້ນ ແລະ ຫວາດສຽວເທິງສາຍສະລິງທີ່ມີທັງໂຕະກາເຟຢູ່ທາມກາງທຳມະຊາດ ແລະ ບັນຍາກາດຄວາມສວຍງາມ ຂອງນ້ຳຕົກຕາດຟານເຊິ່ງເຮັດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບຄວາມຕື່ນເຕັ້ນຄວາມຫວາດສຽວ ແລະ ທ້າທາຍໃນສິ່ງແປກໃຫມ່ຢູ່ເທິງຈຸດສູງທີ່ສຸດເໜືອນໍ້າຕົກຕາດຟານເຊິ່ງແຫຼ່ງທ່ອງທ່ຽວນີ້ເປັນແຫຼ່ງທ່ອງທ່ຽວດຽວໃນລາວທີ່ມີການຈັດກິດຈະກໍາແບບນີ້. ໃນນີ້ສາຍສະລິງມີທັງໝໝົດ ເສັ້ນທີ່ມີຄວາມຍາວລວມປະມານ2ກິໂລແມັດເຊິ່ງຂີ່ປະມານ 30 ນາທີແລະຄ່າບໍລິການສໍາລັບຂີ່ສະລິງແມ່ນ 40$/ຄົນ ແລະ ຄ່າກາເຟແມ່ນ40$/ຈອກ.

3. ນໍ້າຕົກຕາດຜາສ້ວມ.

.

ສະພາບລວມ ແລະ ທີ່ຕັ້ງຂອງຕາດຜາສ້ວມ

  ນໍ້າຕົກຕາດຜາສ້ວມຕັ້ງຢູ່ ເມືອງບາຈຽງ ແຂວງຈໍາປາສັກ ຫ່າງຈາກຕົວເມືອງປາກເຊປະມານ 24 ກິໂລແມັດ ໂດຍຜ່ານທາງແຍກຄອນພະເພັງເຊິ່ງກັບຫຼັກກິໂລແມັດທີ 8 ໃຫ້ຂີ່ຊື່ໄປຈົນຮອດກິໂລແມັດທີ 21 ແລະ ລ້ຽວຊ້າຍໄປອີກສາມກິໂລແມັດ. ເປັນນໍ້າຕົກຕາດຜາສ້ວມທີ່ມີນໍ້າໄຫຼຕະຫຼອດປີແລະກໍາລັງນໍ້າທີ່ໄຫຼຕົກລົງມາຈະມີກໍາລັງແຮງເຮັດໃຫ້ໄດ້ຍິນສຽງນໍ້າຕົກດັງແຮງ,ເປັນນໍ້າຕົກຕາດທີ່ໄຫຼຈາກໃຕ້ໄປຫາເໜືອເກີດຈາກພູເທວະດາໄຫຼຈາກທີ່ສູງລົງທີ່ຕໍ່າ,ເປັນຜາຫີນທີ່ຕັ້ງລຽນກັນເປັນລະບຽບມີຄວາມສູງປະມານ 5 7 ແມັດ. ນໍ້າຕົກຕາດຜາສ້ວມໃນຊ່ວງເດືອນທັນວາຫາມັງກອນຈະມີນໍ້ໃສພໍສົມຄວນ.

                                          ລັກສະນະເດັ່ນຂອງແຫຼ່ງທ່ອງທ່ຽວ.

ແມ່ນມີລັກສະນະເປັນນໍ້າຕົກຂະນາດໃຫຍ່ມີນໍ້າໄຫຼແຮງເປັນຮູບຮ່າງຄືຫ້ອງນອນທີ່ມີນໍ້າໄຫຼໃສ່ມີກ້້ອນຫີນອ້ອມຮອບນໍ້າຕົກແລະສາມາດຍ່າງຂຶ້ນໄປເທິງນໍ້າຕົກໄດ້ແລະນໍ້າແມ່ນຈະໄຫຼແຕ່ໃຕ້ໄປຫາເໜືອເຊິ່ງແຕກຕ່າງຈາກນໍ້າຕົກຕາດອື່ນ. ບໍລິເວນອ້ອມຮອບນໍ້າຕົກຈະມີທໍາມະຊາດປ່າໄມ່ຮົ່ມເຢັນໃຫ້ກັບນັກທ່ອງທ່ຽວໄດ້ສໍາຜັດໄອນໍ້າພ້ອມເບິ່ງຄວາມງາມຂອງນໍ້າຕົກທ້າມກາງຫີນໃຫຍ່ ແລະ ນໍ້າຈະງາມທີ່ສຸດແມ່ນໃນຊ່ວງກາງເດືອນຕຸລາ.


       ຄວາມເປັນມາຂອງແຫຼ່ງທ່ອງທ່ຽວ


ນໍ້າຕົກຕາດຜາສ້ວມນີ້ມີເລື່ອງເລົ່າກ່ຽວກັບຕໍານານທ້າວບາຈຽງ-ນາງມະໂລງດ້ວຍຄໍາວ່າຄໍາວ່າ ສ້ວມ ຂອງນໍ້າຕົກຕາດຜາສ້ວມນີ້ມີຄວາມໝາຍວ່າ ຫ້ອງນອນຂອງເຈົ້າບ່າວເຈົ້າສາວ ເຊິ່ງໄດ້ກ່າວເຖິງຄວາມຮັກຂອງທ້າວບາຈຽງກັບນາງມະໂລງທີ່ມັກຮັກກັນແຕ່ມີຄວາມແຕກຕ່າງທາງດ້ານຖານະເຮັດໃຫ້ເປັນອຸປະສັກແລະຮັກກໍບໍ່ສົມຫວັງເຮັດໃຫ້ເທວະດາຈຶ່ງປັ້ນດິນນໍ້າລົມໄຟໄຫຼອັດຖ້ວມຫ້ອງສ້ວມ ຫຼື ຫ້ອງນອນນັ້ນຢູ່ຕໍ່ໜ້າຫ້ອງນອນຈະມີເສົາລ່ຽມຫ້າເສົ້າແລະຫັກລົງສາມປ່ອງໝາຍເຖິງຄວາມຮັກສາມເສົ້າຂອງທ້າວບາຈຽງ. ເຊິ່ງນິທານເລື່ອງນິກໍໄດ້ຜູກພັນກັບປະຊາຊົນຊາວຈໍາປາສັກມາແຕ່ສະໄໝກ່ອນທີ່ໄດ້ເລົ່າສິບຕໍ່ກັນມາ. ເປັນນໍ້າຕົກທີ່ໄຫຼມາຈາກຫ້ວຍຈໍາປີ ອັນມີຈຸດກໍາເນີດມາຈາກພູເທວະດາເມືອງປາກຊ່ອງ, ໃນບໍລິເວນນໍ້າຕົກຕາດຜາສ້ວມຈະມີນໍ້າຕົກຕາດສອງຈຸດຄືນໍ້າຕົກຕາດຜາສ້ວມແລະຕາດໝາກແງວຫ່າງຈາກຜາສ້ວມປະມານ 250 ແມັດ. ນໍ້າຕົກຕາດສອງແຫ່ງນີ້ໄຫຼມາຈາກພູເທວາດາເຊິ່ງເປັນພູເຂົາໄຟເກົ່າເຊິ່ງໄດ້ລະເບີດແລ້ວແລະໄຫຼລົງສູ່ຫ້ວຍວັງລຽງກັບແມ່ນໍ້າຂອງ.ຄວາມຜູກພັນເພິ່ງພາອາໄສກັນຂອງຊາວບ້ານກັບນັກທ່ອງທ່ຽວ,ນັກທ່ອງທ່ຽວກັບນັກທ່ອງທ່ຽວ.       ຊາວບ້ານແມ່ນໄດ້ຮັບລາຍໄດ້ຈາກການຂາຍສິນຄ້າໃຫ້ແກ່ນັກທ່ອງທ່ຽວໄດ້ມີການເພິ່ງພາອາໄສເຊິ່ງກັນ ແລະກັນ. ນັກທ່ອງທ່ຽວກໍອາໄສການຖາມຂໍ້ມູນຈາກຊາວບ້ານທີ່ອາໄສຢູ່ທີ່ນັ້ນເຮັດໃຫ້ເກີດມີການອານຸຮັກວັດທະນະທໍາຊົນເຜົາຂອງຕົນເອງໂດຍສະເພາະບ້ານຊົນເຜົ່າເຊິ່ງສ້າງຄວາມສົນໃຈໃຫ້ຊາວຕ່າງຊາດເປັນຢ່າງດີ ແລະ ໃນສະຖານທີ່ດັ່ງກ່າວກໍ່ໄດ້ຮັບການອານຸຮັກ ແລະ ຮັກສາເປັນຢ່າງດີຈາກຊາວບ້ານ ແລະນັກທ່ອງທ່ຽວ ເຮັດໃຫ້ສະຖານທີ່ມີຄວາມເປັນລະບຽບຮຽບຮ້ອຍດີສະຖານທີ່ສ້າງຂຶ້ນມາບໍລິເວນອ້ອມຮອບແຫຼ່ງທ່ອງທ່ຽວແມ່ນກົມກືນກັບທໍາມະຊາດແລະມີປ້າຍບອກເປັນຢ່າງດີ ຂົວທີ່ສ້າງຂ້າມຕາດກໍສ້າງດ້ວຍໄມ້ ແລະ ເຫຼັກທີ່ທາສີໃຫ້ຄືກັບທໍາມະຊາດ ແລະ ມີປາໃຫຍ່ຫຼາຍຢູ່ໃນຕາດເຊິ່ງຄິດວ່າຈະມີການເບິ່ງແຍງເປັນຢ່າງດີ.ສິ່ງອໍານວຍຄວາມມສະດວກ.ໃນສະໄໜກ່ອນພື້ນຂອງຕາດຜາສ້ວມມີປະມານ ກິໂລແມັດ ແລະ ມີການສໍາປະມານພັດທະນາໃຫ້ມີທີ່ພັກຮ້ານອາຫານບ້ານຊົນເຜົ່າການຍ່າງປ່າແລະການຂີ່ຊ້າງຊົມທໍາມະຊາດ ແລະ ໃນປັດຈຸບັນໄດ້ຮັບການຄຸ້ມຄອງໂດຍລັດຖະບານແລະ ມີຮ້ານອາຫານຮ້ານເຄື່ອງທີ່ລະນຶກຮ້ານຖ່າຍຮູບເຮືອນຊົນເຜົ່າແລະອານຸຍາດໃຫ້ປະຊາຊົນພາຍໃນທ່ອງຖິ່ນມາຂາຍເຄື່ອງພື້ນບ້ານ ແລະ ຂອງກິນພື້ນບ້ານ, ຮ້ານຂາຍເສື້ອຜ້າມີຈຸດໃຫ້ບໍການປີ້ທີ່ພັກປ້າຍບອກທາງປ້າຍເຕືອນຫ້ອງນໍ້າເຮືອນພັກ ແລະ ການໃຫ້ຂໍ້ມູນຂອງປະຊາຊົນທ້ອງຖິ່ນ.


                                                    ຄວາມເຊື້ອແລະຮີດຄອງປະເພນີຕ່າງໆ.    

 ຕາດຜາສ້ວມແມ່ນມີຄວາມເຊື່ອຕິດພັນກັບຕໍານານຄວາມຮັກຂອງທ້າວບາຈຽງກັບນາງມະໂລງເຊິ່ງຜູ້ຄົນຢູ່ແຖວນັ້ນມີຄວາມສັດທາແລະເຊື້ອໝັ້ນໃນຄວາມຮັກເຂົາເຈົ້າເປັນຢ່າງດີແລະເລົ່າຕໍານານຄວາມຮັກນີ້ສູ່ລູກຫຼານຟັງ ແລະເຮືອນເສົາດຽວກໍເປັນຄວາມເຊື້ອໜຶ່ງຂອງຊົນເຜົ່າທີ່ເມື່ອບ່າວສາວແຕ່ງງານແລ້ວຈະບໍ່ໃຫ້ອອກໄປໃສ ແລະ ຢູ່ໃນເຮືອນທີ່ສູງ. 



4. ພູສ່າເຫລົ້າ

ພາບລວມ ແລະ ລັກສະນະຂອງທີ່ຕັ້ງ

ວັດທີ່ສ້າງຂຶ້ນຢູ່ເທິງພູສ່າເຫຼົ່າ. ພູທີສູງໃກ້ກັບຕົວເມືອງປາກເຊ, ມີພະພຸດທະຮູບຫຼາຍຮ້ອຍອົງ ແລະ ເປັນຈຸດຊົມວິວທີ່ງາມທີ່ສຸດ ຖ້າໄດ້ຂື້ນໄປເທີງພູກໍ່ສາມາດແນມເຫັນທິວທັດຂອງຕົວເມືອງປາກເຊຢ່າງງົດງາມ. ພູສ່າເຫຼົ້າຕັ້ງຢູ່ຂດບ້ານຄັນແຍງ, ເມືອງໂພນທອງແຂວງຈໍາປາສັກຫ່າງຈາກເທດສະບາຍເມືອງປະມານ ກິໂລແມັດ. ການເດີນທາງໄປວັດພູສ່າເຫຼົ້າຕ້ອງໄດ້ຂ້າມຂົວແມ່ນໍ້າຂອງ. ເຊີ່ງສາມາດແນມເຫັນທິວທັດອັນສວຍງາມຂອງແມ່ນໍ້າຂອງ ແລະ ສອງຟາກຝັ່ງແມ່ນໍ້າຂອງ ແລະ ຍັງສາມາດແນມເຫັນຈອມພູສ່າເຫຼົ້າກ່ອນທີ່ຈະໄປຮອດ

                                                      

                                                                          ລັກສະນະເດັ່ນຂອງແຫຼ່ງທ່ອງທ່ຽວ


 ວັດພູສ່າເຫຼົ້າແມ່ນມີຄວາມແຕກຕ່າງກັນຫຼາຍຈາກອະດິດສັງເກດເຫັນໄດ້ຈາກຕົວຈິງເລີຍວ່າວັດພູສ່າເຫຼົ້າໃນປັດຈຸບັນນີ້ແມ່ນມີການພັດທະນາຂື້ນມີຂັ້ນໄດຂື້ນໄປເທີງພູ ແລະ ມີເສັ້ນທາງລົດທີ່ສາມາດຂື້ນໄປພູໄດ້ຢ່າງສະດວກສະບາຍ ແລະໄດ້ສ້າງພະຫຼາຍອົງຂື້ນໃໝ່ທີ່ຕັ້ງລຽນເປັນຂັ້ນໆທີ່ສວຍງາມຂອງພະສ່ວນພະເກົ່າແມ່ນໄດ້ນໍາເຂົ້າໄວ້ຢູ່ໃນວັດເພື່ອໃຫ້ນັກທ່ອງທ່ຽວເຂົ້າສັກກະລະບູຊາ. ຄວາມປ່ຽນແປງຈາກອະດິດຂອງວັດພູສະເຫຼົ້າແມ່ນມການປ່ຽນແປ່ງຈາກສະພາບເກົ່າຫຼາຍ ວັດພູສ່າມີຈຸດເດັ່ນໆແມ່ນເມື່ອຂື້ນໄປເທີງພູແລ້ວສາມາດແນມເຫັນທິວທັດທໍາມະຊາດທີງົດງາມຂອງຕົວເມືອງປາກເຊ ແລະ ເປັນຈຸດດຶງດູດນັກທ່ອງທ່ຽວທີ່ມັກປະຈົນໄພການຍ່າງຂື້ນພູເພື່ອໄປຮອດຈຸດຊົມວິວເມື່ອຂື້ນໄປຮອດເທີງພູກໍໄດ້ສໍາພັດກັບລົມເຢັນທີ່ພັດມາເຮັດໃຫ້ນັກທ່ອງທ່ຽວເຊົາເມື່ອຍທັນທີ ແລະ ຍັງມີການນົບໄຫວສັກກະລະບູຊາພະພຸດທະຮູບອົງໃຫຍ່ທີ່ຕັ້ງຢູ່ເທີງພູນັ້ນ ຄວາມເປັນມາຂອງແຫຼ່ງທ່ອງທ່ຽວ           ຄໍາວ່າພູສ່າເຫຼົ້າໄດ້ມາຈາກນິທານທ້າວບາຈຽງກັບນາງມະໂລງເຊ່ງທັງສອງໄດ້ມັກຮັກກັນແບບບ່າວສາວ ແລະ ສັນຍາໃຫ້ທ້າວບາຈຽວມາສູ່ຂໍນາງມະໂລງນໍາພໍ່ແມ່ນາງ. ແຕ່ແລ້ວນາງມະໂລງສໍາພັດແປຜັນໄປຮັກກັບທ້າວຈໍາປາສັກຢ່າງໝົດໃຈສ່ວນທ້າວບາຈຽງຜູ້ທີ່ຊື່ສັດຕໍ່ຄາມຮັກໄດ້ແຮ່ຂັນໝາກມາຕາມຄໍາໝັ້ນສັນຍາ. ແຕ່ພໍຮູ້ຂ່າວວ່ານາງມະໂລງໝີຕາທ້າວຈໍາປາສັກໄປແລ້ວ, ລາວກໍ່ມີຄວາມໂສກເສົ້າເສຍໃຈຫຼາຍ. ເລີຍເທສີນສອດເງີນຄໍາເຫຼົ້າໄຫໄກໂຕຖີ້ມຈື່ງເປັນທີມາຂອງພູຕ່າງໆໃນປັດຈຸບັນຄື:ພູສ່າເຫຼົ້າ,ພູໄກ່ຕົ້ມ,ພູບາຈຽງ,ພູມະໂລງ,ພູຈໍາປາສັກ.


ຄວາມໝາຍຄວາມສໍາຄັນ


ພູສ່າເຫຼົ້າມີຄວາມໝາຍ ແລະ ຄວາມສໍາຄັນທາງດ້ານວັດທະນະທຳຮີດຄອງປະເພນີ ແລະ ວັນນະຄະດີລາວເຊີ່ງມີນິທານທີ່ກ່າວເຖີງຮີດຄອງປະເພນີລາວບ່າວສາວຮັກກ່ອນທີ່ຈະຢູ່ກິນນໍາກັນຝາຍຊາຍຕ້ອງໄດ້ໄປຂໍແລະແຕ່ງເອົາຜູ້ຍິງມາເປັນພັນລະຍາຂອງຕົນຕາມຮີດຄອງປະເພນີລາວທີ່ມີມາແຕ່ດຶກດໍາບັນ ແລະ ຍັງສຶບຕໍ່ໃນປັນຈຸປັນ. ພູສ່າເຫຼົ້າຍັງມີຄວາມໝາຍ ແລະ ຄວາມສໍາຄັນຂອງວັດທະນາທໍາລາວທີ່ນັບຖືສາສະໜາພຸດວັດພູສ່າເຫຼົ້າເປັນວັດໜື່ງທີ່ປະຊາຊົນມີຄວາມເຊື່ອຖືວ່າເປັນວັດພູທີ່ສັກສິດເປັນວັດທີ່ປະຊາຊົນໃນເຂດນັ້ນ ແລະ ເຂດອື່ນທີ່ເດີນທາງມາສັກກະລະບູຊາ.ຄວາມຜູກພັນເພິ່ງພາອາໃສກັນລະຫວ່າງຊາວບ້ານ, ນັກທ່ອງທ່ຽວ, ກັບນັກທ່ອງທ່ຽວ.ພວກຜູກພັນລະຫວ່າງຊາວບ້ານກັບນັກທ່ອງທ່ຽວແມ່ນມີການເພີ່ງພາອາໃສກັນໃນສະຖານທີ່ທ່ອງທ່ຽວນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວວັດພູສ່າເຫຼົ້າກໍ່ໄດ້ເຮັດໃຫ້ະຊາຊົນໃນຂົງເຂດນັ້ນໄດ້ມີລາຍຮັບດີຂື້ນກວ່າເກົ່າຊາວບ້ານຝນເຂດນັ້ນກໍ່ໄດ້ໃຫ້ຄໍາແນະນໍາກັບນັກທ່ອງທ່ຽວ ແລະ ບໍລິການດ້ານອາຫານເຄື່ອງດື່ມໃຫ້ກັບນັກທ່ອງທ່ຽວໃຫ້ມີຄວາມເພີ່ງພໍໃຈໃນການໃຫ້ບໍລິການ ແລະໃຫ້ຂໍ້ມູນກ່ຽວກັບວັດພູສ່າເຫຼົ້າ. ສ້າງຄວາມຜູກພັນກັບນັກທ່ອງທ່ຽວ ແລະສ້າງຄວາມຊົງຈໍາດີໆໃຫ້ກັບເຂົາເພື່ອໃຫ້ເຂົາໄປບອກຕໍ່ໂຄສະນາຕໍ່ໆກັນໄປ ແລະ ຖ້າວ່າມີໂອກາດໜ້າເຂົາກໍ່ຈະກັບມາທ່ຽວຊົມອີກຄັ້ງ.


ສິ່ງອໍານວຍຄວາມສະດວກຂອງແຫຼ່ງທ່ອງທ່ຽວ


   ສີ່ງອໍານວຍຄວາມສະດວກຂອງການໄປທ່ອງທ່ຽວວັດພູສ່າເຫຼົ້າແມ່ນມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າທາງຂື້ນໄປເທີງວັດພູສ່າເຫຼົ້າແມ່ນມີສອງທາງຂື້ນໄປ. ເສັ້ນທາງໜື່ງແມ່ນຍ່າງຂື້ນໄປຕາມຂັ້ນໄດຖ້າໄປຕ້ອງຄວາມຮູ້ສືກທີ່ຄຸ້ມຄ່າທີ່ໄດ້ຍ່າງເມື່ອຍຂືີ້ນໄປແມ່ນແນະນໍາໃຫ້ໃຊ້ທາງນີ້ຂື້ນໄປເທີ່ງວັດພູສ່າເຫຼົ້າ ແລະ ອີກເສັ້ນທາງໜື່ງແມ່ນສາມາດເອົາລົດຂື້ນໄປໄດ້ເຖີງຈອມພູເລີຍ ແລະ ມີສະຖານທີຈອດລົດຢ່າງກວ້າງຂວາງ. ນອກຈາກນີ້ຍັງມີການບໍລິການລົດສອງແຖວ, ບໍລິການອາຫານເຄືອງດືມ ແລະ ຂື້ນໄປເທີງພູແລ້ວຍັງມີບໍລິຂາຍດອກໄມ້ທູດທຽນເພືອບູຊາພະຢູ່ເທີ່ງພູ.

ຄວາມເຊື່ອຂອງເທດສະການ ແລະ ງານບູນປະເພນີ.

ວັດພູສ່າເຫຼົ້າຕາມຄວາມເຊື່ອຂອງຄົນລາວແມ່ນເຊື່ອກັນວ່າເປັນວັດພູທີ່ສັກສິດ. ແຕ່ລະປີວັດພູສ່າເຫຼົ້າກໍຈະການສົມໂພດພະທີ່ປະຊາຊົນໃນຂົງເຂດນັ້ນເພື່ອເສີມບຸນປາລະມີໃຫ້ແກ່ຕົນເອງ ແລະ ເທດສະການບູນສົງການ ຫຼື ບຸນປີໃໝ່ລາວ ວັດພູສ່າເຫຼົ້າກໍ່ໄດ້ມີການຈັດງານຂື້ນ ແລະ ປະຊາຊົນໃນເຂດນັ້ນກໍໄດ້ມາຫົດສົງພະທີ່ຕັ້ງຢູ່ເປັນແຖວສ່ວນຫຼາຍພວກເຂົາຈະໃຊ້ໃບຄູນນັ້ນຈູ່ມໃສ່ຂັນທີ່ມີນໍ້າອົບນໍ້າຫອມທີ່ຕຽມມາແລ້ວເອົາໄປຊິດພະ.

5.ນໍ້າຕົກຕາດຄອນພະເພັງ

ພາບລວມ ແລະ ລັກສະນະຂອງທີ່ຕັ້ງຂອງພື້ນທີ່ລົງສຶກສາ.


  ເຊິ່ງນໍ້າຕົກຕາດຄອນພະເພັງເປັນນ້ຳຕົກຕາດທີມີຂະໜາດໃຫ່ຍທີສຸດໃນເຂດແມ່ນ້ຳຂອງຕອນໃຕ້ມີພະລັງງານຮຸ່ນແຮງຢ່າງຍິ່ງແບບວ່າສາມາດທຳລາຍເຮຶອຂະໜາດໃຫ່ຍໄດ້ສະບາຍ ຄອນພະເພັງ ຫຼຶ ລີຜີ ປຽບເໝຶອສັນເຂືອນກຳແພງທຳມະຊາດທີກ້ອງແມ່ນ້ຳຂອງອັນໄຫຼຊຽວຂາດດ້ວຍແກ້ງໂງນຫີນຕ່າງໆທີລອດພົນອອກຫຼາຍໄດ້ກໍ່ມີແຕ່ປາ ຫຼຶ ສັດນ້ຳອື່ນໆ ສາມາດເບີງເຫັນຈາກຝັ່ງຕາເວັນອອກຂອງແມ່ນ້ຳຂອງ.    ນໍ້າຕົກຕາດຄອນພະເພັງໃນປັດຈຸບັນແມ່ນມີການປ່ຽນແປງຫຼາຍພໍສົມຄວນຖ້າທຽບໃສ່ເມື່ອກ່ອນ. ເມື່ອກ່ອນບໍລິເວນອອ້ມຮອບຄອນພະເພັງເຕັມໄປດ້ວຍຕົ້ນໄມ້ໃບຫຍ້າທີ່ຮົກເຮື້ອ, ແຕ່ປັດຈຸບັນນີ້ໄດ້ເຮັດທາງຍ່າງທີ່ປູດ້ວຍຢາງເຂົ້າໄປໃນບໍລິເວນນໍ້າຕົກຄອນພະເພັງ, ນອກຈາກນີ້ຍັງມີສາລາເພື່ອເອົາໄວ້ໃຫ້ແຂກໄດ້ຊົມ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ເພື່ອເປັນຂອງຝາກຂອງຕ້ອນເວລາກັບບ້ານ  ແລະ ສະຖານທີ່ຈອດລົດທີ່ກວ້າງຂວາອີກດ້ວຍ.


ລັກສະນະເດັ່ນຂອງນໍ້າຕົກຕາດຄອນພະເພັງ.


  ນໍ້າຕົກຕາດຄອນພະເພັງ ເປັນນໍ້າຕົກຕາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ), ແມ່ນໜຶ່ງໃນຈໍານວນນໍ້າຕົກຕາດຂອງສາຍພູເຫຼັກອັນຍາວຢຽດ ຂະໜານຕາມລໍານໍ້າຂອງຕອນໃຕ້ຂອງລາວເຊິ່ງນອນຢູ່ໃນດິນແດນເຂດມະຫານະທີສີພັນດອນ ທີ່ຍາວເຖິງ 15 ກິໂລແມັດ. ຄອນພະເພັງມີ/ຄວາມສູງ 21ແມັດ,  ເຊິ່ງມີຄວາມງົດງາມໜ້າອັດສະຈັນໃຈຍາກທີ່ຈະຫາບ່ອນອື່ນໃດມາປຽບປານ ຈົນໄດ້ຮັບການຂະໜານນາມ ວ່າເປັນ ໄຂ່ມຸກແຫ່ງແມ່ນໍ້າຂອງ ເຊິ່ງໃນລະດູຝົນຂອງທຸກໆປີ ຄອນພະເພັງຈະມີປະລິມານນໍ້າຫຼາຍ,ກະແສນໍ້າໄຫຼ່ແຮງຄົດລ້ຽວ. ຄອນພະເພັງເຕັມໄປດ້ວຍໂງ່ນຫີນທີ່ຢັ່ງຢາຍກັນໄປ ແລະ ມີສຽງດັງຄຶກຄື້ນມ່ວນຊື່ນ, ອອນຊອນໃຈ ສ້າງຄວາມຕື່ນຕາທີ່ນ່າປະທັບໃຈໃຫ້ກັບນັກທ່ອງທ່ຽວສົມກັບທີ່ຖືກຂະໜານນາມວ່າເປັນໄຂ່ມຸກແຫ່ງເເມ່ນໍ້າຂອງ. ນອກຈາກຄວາມສວຍງາມ ແລະ ຄວາມອະລັງການແລ້ວ ອີກສິ່ງໜຶອ່ງທີ່ສໍາຄັນ ແລະ ຢູ່ຄູ່ນໍ້າຕົກຕາດຄອນພະເພັງແຫ່ງນີ້ມາຍາວນານກໍຄື ຕົ້ນໄມ້ມະນີໂຄດ ເປັນຕົ້ນໄມ້ສັກສິດ ໜຶ່ງດຽວໃນໂລກ ທີ່ເກີດຄຽງຄູ່ນໍ້າຕົກຕາດຄອນພະເພັງເກີດຂຶ້ນຢູ່ເທິງດອນ ຕັ້ງຜະຫງາດສະຫງ່າກາງນໍ້າຕົກ ໂດຍມີລັກສະນະພິເສດ ຮາກຊີ້ຂຶ້ນຟ້າປາຍຊີ້ລົງດິນ ລັກສະນະພິເສດທີ່ເດັ່ນສະເພາະແມ່ນມີຫງ່າ ຫງ່າຊີ້ໄປທາງທິດຕາເວັນອອກ, ທິດເໜືອ ແລະ ທິດໃຕ້. ມີອາຍຸເປັນເວລາເກືອບ 2000ປີກາງນໍ້າທີ່ສາດກະທົບໃສ່ກ້ອນຫີນ ແລະ ຮາກຢ່າງບໍ່ລົດຖອຍໃນທຸກໆວິນາທີນັ້ນກໍຍັງບໍ່ສາມາດເຮັດໃໃຫ້ຕົ້ນໄມ້ມະນີໂຄດທີ່ຢຶດເອົາກ້ອນຫີນນັ້ນລົ້ມຕາຍຫາຍໂຕນຄອນເລີຍ.  ຕົ້ນໄມ້ມະນີໂຄດເປັນ ມິ່ງຂວັນຂອງປວງຊົນລາວ ເປັນຕົ້ນໄມ້ຄູ່ບ້ານຄູ່ເມືອງຂອງຊາວເມືອງໂຂງ ກໍຄື ຊາວສີ່ພັນດອນ, ຄົນລາວຖືເອົາຕົ້ນໄມ້ນີ້ເປັນຕົ້ນໄມ້ສັກສິດທີ່ກໍາເນີດ ແລະ ທໍາລາຍລ້າງໃນເວລາດຽວກັນ. ປະຫວັດທີ່ເລົ່າຂານສືບທອດກັນມາຍາວນານວ່າກັນວ່າເປັນ ຕົ້ນຊີ້ຕາຍ ປາຍຊີ້ປັນ ລໍາຕົ້ນສາມາດເສກໃຫ້ສິ່ງທີ່ມີຊີວິດຕາຍ ແລະ ຍອດປາຍມີລິດເດດສາມາດເສກໃຫ້ຄືນຊີບໄດ້. ສິ່ງທີ່ຍັງຍັງປາກົດໃຫ້ເຫັນເລີ່ມແຕ່ທ້າຍເດືອນ ຕຸລາ - ມີນາ ຂອງທຸກໆປີກໍຄື: ທຸກໆວັນສິນ ຈະມີຝູງນົກກະຍາງຂາວມາພັກເຊົາ ແລະ ຈັບກິ່ງ ກ້ານ ຕົ້ນໄມ້ມະນີໂຄດເປັນໝື່ນໆໂຕ, ສ່ວນວັນທໍາມະດາຈະມີການໍ້າມາບິນວຽນ ໂດຍບິນວຽນເປັນວົງກົມອ້ອມຕົ້ນມະນີໂຄດ 2-3ຄັ້ງ ກ່ອນລົງຈັບກິ່ງກ້ານຕົ້ນໄມ້ມະນີໂຄດ ການບິນ 2-3ຮອບນັ້ນ ລັກສະນະໃຫ້ຄວາມເຄົາລົບແກ່ຕົ້ນໄມ້ ຖ້າປຽຍທຽບໃສ່ຄົນລາວແມ່ນການນົບກາບສາມເທື່ອເພື່ອບູຊາສິ່ງສັກສິດກໍຄື: ພະພຸດ, ພະທໍາ, ພະສົງ. ບູຮານຕະການໄດ້ກ່າວວ່າ: ມີແຕ່ຜູ້ມີບຸນມີວາດສະໜາເທົ່ານັ້ນທີ່ຈະໄດ້ເຫັນຕົ້ນໄມ້ມະນີໂຄດ, ຕົ້ນໄມ້ມະນີໂຄດຍັງມີ3ໝາກ ຜູ້ໃດຫາກຮັບປະທານແລ້ວກໍຈະມີປະຕິກິລິຍານານາປະການ, ເມື່ອໄດ້ຮັບປະທານໝາກຢູ່ຫງ່າທີ່ຊີ້ໄປທາງທິດເໜືອແລ້ວຈະກາຍເປັນນົກ, ໝາກຢູ່ຫງ່າທີ່ຊີ້ໄປທາງທິດໃຕ້ຮັບປະທານແລ້ວກໍກາຍເປັນລີງແລະ ໝາກຢູ່ຫງ່າທາງທິດຕາເວັນອອກ ຫາກໃຜຮັບປະທານໝາກຢູ່ຫງ່າທິດນີ້ແລ້ວ ຄົນເຖົ້າກໍກາຍເປນຄົນໜຸ່ມ ມີກໍາລັງບັນຊາ ອາຍຸວານະ ສຸຂັງພາລັງ ໜ້າຕາຈະເອີບອິ່ມເສາະໃສງາມຄືເທບພະທິດາຢູ່ສວງສະຫວັນ.
     ຕົ້ນໄມ້ມະນີໂຄດ ໄດ້ລົ້ມຕາຍໂດຍບໍ່ຮູ້ສາເຫດຕອນກາງຄືນຂອງວັນທີ 19 ມີນາ 2012 ຮອດວັນທີ 19 ມີນາ 2012 ໄດ້ຖືກກອບກູ້ຂຶ້ນເປັນຄັ້ງທໍາອິດແຕ່ບໍ່ສາມາດເອົາຂຶ້ນມາໄດ້  ເນື່ອງຈາກນໍ້າໄຫຼ່ເເຮງ ຈຶ່ງໄດ້ພຽງແຕ່ມັດໄວ້ເພື່ອບໍ່ໃຫ້ໄຫຼ່ໄປກັບນໍ້າຕົກ ສຸດທ້າຍດ້ວຍຄວາມພະຍາຍາມຂອງການນໍາພາກໍຄືວິຊາການທີ່ຖືກມອບໝາຍກອບກູ້ຕົ້ນໄມ້ມະນີໂຄດມິ່ງຂວັນຊາວລາວກໍຄືຄົນລາວທົ່ວປະເທດຈຶ່ງຖືກອບກູ້ຂຶ້ນມາໃນວັນທີ 13 ມັງກອນ 2013 ແລະ ໄດ້ປະດິດສະຖານໄວ້ທີຫໍປະດິດສະຖານຕົ້ນໄມ້ມະນີໂຄດ - ອຸທິຍານນໍ້າຕົກຕາດຄອນພະເພັງ. ແຕ່ລະປີໃນເດືອນ ມັງກອນ ມີການທໍາບຸນນະມັດສະການບູຊາດອກໄມ້ຂາວເພື່ອເສີມບາລະມີຕົ້ນໄມ້ມະນີໂຄດ.ຄວາມເປັນມາຄອນພະເພັງ.     ຕາມຄໍາເລົ່າຂານຂອງປະຊາຊົນເຂດນັ້ນໄດ້ເລົ່າວ່າ: ຄໍາວ່າຄອນແມ່ນໄດ້ມາຈາກນໍ້າຂອງທີ່ໄຫຼ່ຜ່ານດອນຄອນ ກ່ອນຈະມາເຖິງນໍ້າຕົກຕາດແຫ່ງນີ້, ສ່ວນຄໍາວ່າເພັງແມ່ນໄດ້ມາຈາກປະກົດການທໍາມະຊາດເຊິ່ງຊາວບ້ານບອກວ່າ ສຽງຂອງນໍ້າຕົກລົງສະຖານທີ່ສູງຊັນລົ່ງສູ່ກົ້ນເຫວຈຶ່ງເກີດສຽງດັງປະສົມປະສານກັບຟອງນໍ້າທີ່ກະທົບໃສ່ຕາຝັ່ງຫີນ ແລະ ເກີດມີສຽງຄ້າຍຄືກັບສຽງເພັງສະນັ້ນຈຶ່ງໄດ້ຊື່ວ່າ: ຄອນພະເພັງ ຈົນມາເຖິງປັດຈຸັນນີ້.     ຄວາມເຊື່ອຂອງຊາວບ້ານທີ່ອາໄສຢູ່ບໍລິເວນຄອນພະເພັງເຊຶ່ອກັນວ່າຕາດຄອນພະເພັງມີສິ່ງສັກສິດຢູ່ໂດຍສະເພາະແມ່ນໃນສະໄໝກ່ອນຊາວຝຮັ້ງເຄືຍຖິ້ມລະເບິດລົງຢ່າງມະຫາສານແຕ່ປະກົດວ່າລະເບິດບໍ່ແຕກ ແລະ ຍັງມີຍົນເຄືຍຕົກຢູ່ບໍລິເວນນັ້ນຍັງມີຕົ້ນໄມ້ສັກສິດຄຶຕົ້ນໄມ້ມະນິໂຄດຕາມຊາວບ້ານບອກເລົ່າວ່າຍາມກາງຄຶນເປັນແກ້ວຕອນກາງວັນຈະເປັນຕົ້ນໄມ້ ແລະ ຕົ້ນໄມ້ນິ້ໄດ້ປາກົດຢູ່ກາງສາຍນ້ຳທີມີຄວາມຮຸ່ນແຮງ.


ຄວາມໝາຍຄວາມສໍາຄັນ.


     ຄອນພະເພັງເປັນແຫຼ່ອງທ່ອງທ່ຽວໜຶ່ງທີ່ສໍາຄັນ ເພາະເປັນນໍ້າຕົກຕາດທີ່ກ້ວາງໃຫຍ່ທີ່ສຸດ ແລະ ໃນເຂດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງເປັນທີ່ນ່າຕື່ນຕາຕື່ນໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້ຍັງເປັນແຫຼ່ງທໍາມາຫາກິນຂອງປະຊາຊົນໃນເຂດນັ້ນເຊັ່ນ: ການບໍລິການຖ່າຍຮູບ, ຮ້ານອາຫານ, ຮ້ານຂາຍສິນຄ້າທີລະນຶກ ເຊິ່ງສິ່ງເຫຼົ່ານີ້ແມ່ນສ້າງລາຍໄດ້ໃຫ້ປະຊາຊົນຢ່າງຫຼວງຫຼາຍ.       ຄອນພະເພັງເປັນນໍ້າຕົກທີ່ສາມາດສ້າງລາຍໄດ້ໃຫ້ແກ່ປະເທດ ແລະ ຊາວບ້ານແຖບນັ້ນເປັນຈຳນວນຫຼວງຫຼາຍຕໍ່ປີ ແລະ ຍັງສາມາດສ້າງຊື່ສຽງໃຫ້ແກ່ປະເທດ ສາມາດສື່ໃຫ້ປະເທດອື່ນຮັບຮູ້ເຖິ່ງຄວາມອຸດັມສົມບູນຮັ່ງມີຂອງປະເທດລາວຈົນໄດ້ນາມວ່າໄຂມຸກແຫ່ງແມ່ນ້ຳຂອງໃອາຊີຕາເວັນອອກສ່ຽງໃຕ້ ແລະ ຍັງມີປິດສະໜາຫຼາຍຢ່າງເຮັດໃຫ້ນັກທ່ອງທ່ຽວຢາກມາສຳພັດ ແລະ ຄົ້ນຫາສິ່ງລຶກລັບເຫຼົ່ານັ້ນ.


ສິ່ງອໍານວຍຄວາມສະດວກ.
    

 ສິ່ງທີອຳນວຍຄວາມສະດວກຖືວ່າມີການອຳນວຍຄວາມສະດວກໄດ້ດີມີສະຖານທີຈອດລົດກ້ວາງຂວາງ ແລະ ເສັ້ນທາງການເຂົ້າເຖີງແມ່ນມີຄວາມສະດວກ ໃນສະຖານທີມີຮ້ານອາຫານຄ່ອຍໃກ້ບໍລິການ ແລະ ມີລົດຮັບສົ່ງໃນສະຖານທີທ່ອງທ່ຽວມີບ່ອນຄ່ອຍໃຫ້ບໍລິການ ແລະ ມີຈຸດໃຫ້ຊົມວິວຕາມອຸທິຍານຈະມີບັນໃດເພືອສະດວກໃນການໄປມາ.

    
       



















Comments